LBF 13 PERCEPTION SURVEY (LAO)

ແບບສອບຖາມ ກອງປະຊຸມທຸລະກິດລາວ ຄັ້ງທີ 13


ແບບສອບຖາມນີ້ໄດ້ຖືກສ້າງຂຶ້ນມາເພື່ອປະເມີນປະສິດທິຜົນຂອງ ກອງປະຊຸມທຸລະກິດລາວ ທີ່ຖືກຈັດຂຶ້ນທຸກໆປີ ເຊິ່ງເປັນ ກອງປະຊຸມທີ່ເປີດໂອກາດໃຫ້ບັນດາບໍລິສັດເອກະຊົນ, ລັດວິສາຫະກິດ, ແລະ ຄູ່ຮ່ວມພັດທະນາ ແລະ ບັນດາອົງກອນຂອງລັດຖະບານ ໄດ້ພົບປະ ແລະ ປຶກສາຫາລືກ່ຽວກັບບັນຫາການດໍາເນີນທຸລະກິດຕ່າງໆ ທີ່ຕ້ອງການ ການແກ້ໄຂ ເພື່ອຊ່ວຍປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນປະເທດ.

ດັ່ງນັ້ນ, ພວກເຮົາຈຶ່ງຢາກຮັບຟັງຄຳເຫັນຈາກທ່ານ ວ່າສິ່ງໃດທີ່ພວກເຮົາເຮັດໄດ້ດີແລ້ວ ແລະ ສິ່ງໃດຄວນປັບປຸງ ຕໍ່ກັບກົນໄກການແກ້ໄຂບັນຫາ ແລະ ວິທີການຈັດກອງປະຊຸມ.

ຂໍຂອບໃຈຢ່າງສູງ ທີ່ສະລະເວລາຂອງທ່ານ ເພື່ອປະກອບສ່ວນໃນການສຳຫຼວດ ຂອງພວກເຮົາ.
1.ທ່ານເປັນຕົວແທນຈາກອົງກອນ ຫຼື ພາກສ່ວນໃດ?
2.ໜ້າທີ ຫຼື ຕຳແໜ່ງຂອງທ່ານ ໃນອົງກອນ ?
3.ກະລຸນາບອກເພດຂອງທ່ານ
4. ຜ່ານມາ ທ່ານເຄີຍໄດ້ເຂົ້າຮ່ວມ ກອງປະຊຸມທຸລະກິດລາວ ບໍ່?
5.ານຄິດວ່າກອງປະຊຸມມື້ນີ້ ມີປະສິດທິຜົນຫຼາຍປານໃດ ໃນການແກ້ໄຂບັນຫາທີ່ພາກເອກະຊົນໄດ້ຍົກຂຶ້ນ?
6.ທ່ານຮູ້ສຶກພໍໃຈ ກັບການຈັດການປະຊຸມມື້ນີ້ ຫຼາຍປານໃດ?
7.ທ່ານຄິດວ່າ ກົນໄກຂອງກອງປະຊຸມທຸລະກິດລາວ ຄວນຖືກປັບປຸງເພີ່ມເຕີມແນວໃດ​?
8.ທ່ານຕ້ອງການເຂົ້າຮ່ວມກອງປະຊຸມທຸລະກິດລາວຄັ້ງຕໍ່ໄປ ຫຼື ບໍ່?